×
ອັລ-ອິສລາມ ຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ

ດ້ວຍພຣະນາມຂອງອັລລໍຫ໌ ຜູ້ຊົງເມດຕາ ກະລຸນາ ປານີສະເໝີ

ອັລ-ອິສລາມ

ຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ

(ສະບັບຖອດຖອນຫຼັກຖານ)

ຂໍ້ຄວາມສໍາຄັນທີ່ປະກອບດ້ວຍຄໍານິຍາມສັ້ນໆ ຂອງອິດສະລາມ ທີ່ສະແດງໃຫ້ເຫັນເຖິງຫຼັກການ, ຄໍາສອນແລະຄຸນງາມຄວາມດີ ທີ່ສໍາຄັນທີ່ສຸດແມ່ນໄດ້ມາຈາກແຫຼ່ງດັ້ງເດິມ ເຊິ່ງກໍ່ຄືຈາກ ອັລກຸຣອານ ແລະ ຊູນນະຫ໌ ຂອງນະບີ ແລະຂໍ້ຄວາມນີ້ສົ່ງເຖິງຊາວມຸດສະລິມທຸກຄົນ ແລະຄົນທີ່ບໍ່ແມ່ນມຸດສະລິມ ໃນພາສາຂອງເຂົາເຈົ້າໃນທຸກເວລາແລະສະຖານທີ່ ຕາມໃນສະພາບວະການແລະເງື່ອນໄຂທີ່ແຕກຕ່າງກັນ

1. ອິດສະລາມເປັນສານຂອງອັລລໍຫ໌ສຳຫຼັບມະນຸດທຸກຄົນ ເນື່ອງຈາກເປັນສານຈາກສະຫວັນອັນນິລັນດອນ

2. ອິດສະລາມບໍ່ແມ່ນສາສະຫນາສະເພາະເຊື້ອຊາດຫຼືຊົນຊາດໃດຊົນຊາດໜຶ່ງເທົ່ານັ່ນ ແຕ່ເປັນສາດສະຫນາຂອງອັລລໍຫ໌ສໍາລັບມະນຸດທັ້ງມວນ

3. ອິດສະລາມຄືສານອັນສູງຊົງ ຊຶ່ງມາເປັນສ່ວນເສີມຕໍ່ຂອງຂ່າວສານຂອງສາດສະດາຄົນກ່ອນໆ ຂໍພອນຄວາມສະຫງົບສຸກແກ່ພວກເຂົາ ແລະປະຊາຊາດຂອງພວກເຂົາ

4. ບັນດາສາດສະດາທັ້ງຫຼາຍ "ຂໍຄວາມສະຫງົບສຸກຈົ່ງມີກັບພວກທ່ານ" ມີສາສະຫນາອັນດຽວກັນ ແລະກົດຫມາຍບົດບັນຍັດທີ່ແຕກຕ່າງກັນ

5. ອິດສະລາມຮຽກຮ້ອງ - ດັ່ງທີ່ສາດສະດາທັງຫມົດໄດ້ຮຽກມາກ່ອນ ເຊັ່ນ: ໂນອາ, ອັບຣາຮາມ, ໂມເຊ, ໂຊໂລໂມນ, ດາວິດແລະພຣະເຢຊູ, - ຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ - ເຊື່ອວ່າພຣະເຈົ້າຄືພຣະເຈົ້າ, ຜູ້ສ້າງ, ຜູ້ຈັດການ, ຜູ້ໃຫ້ຄວາມເປັນຄວາມຕາຍ, ຜູ້ປົກຂອງອຳນາດອະທິປະໄຕ, ແລະພຣະອົງເປັນຜູ້ຊົງຈັດການ ການງານຕ່າງໆ ແລະພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ

6. ອັລລໍຫ໌ ຊູບຮານະຮູ ວະຕາອາລາ ພຣະອົງຄືພຣະຜູ້ຊົງສ້າງ ແລະພຣະອົງຜູ້ດຽວເທົ່ານັ້ນທີ່ຄູ່ຄວນໄດ້ຮັບການນະມັດສະການ, ແລະບໍ່ມີຜູ້ໃດທີ່ຄູ່ຄວນໄດ້ຮັບການນະມັດສະການຮວມກັບພຣະອົງ

7. ອັລລໍຫ໌ ຄືພຣະຜູ້ຊົງສ້າງທຸກສິ່ງທີ່ຢູ່ໃນຈັກກະວານຂອງສິ່ງທີ່ພວກເຮົາເຫັນ ແລະສິ່ງທີ່ພວກເຮົາບໍ່ເຫັນ, ແລະທຸກສິ່ງທັ້ງໝົດທີ່ມີຊີວິດເປັນການສ້າງຂອງພຣະອົງ ແລະອັລລໍຫ໌ໄດ້ສ້າງຊັ້ນຟ້າແລະແຜ່ນດິນໂລກໃນຫົກມື້

8. ແລະ ພຣະອົງອັລລໍຫ໌ຜູ້ຊົງຣິດອຳນາດຍິ່ງໃຫຍ່ ບໍ່ມີຫຸ້ນສ່ວນໃນການຄອບຄອງ, ການສ້າງ, ການວາງແຜນ, ຫລື ການນະມັດສະການຂອງພຣະອົງ

9. ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງບໍ່ຊົງປະສູດ, ແລະພຣະອົງບໍ່ຊົງຖືກປະສູດ, ແລະບໍ່ມີຜູ້ໃດສະເໝີເຫມືອນຫຼືເທົ່າທຽມກັບພຣະອົງ

10. ແລະ ພຣະອົງອັລລໍຫ໌ຜູ້ຊົງສູງສົງ ບໍ່ໄດ້ແກ້ໄຂໃນສິ່ງໃດໆ ແລະພຣະອົງບໍ່ຊົງມີຮູບຮ່າງເຫມືອນສິ່ງທີ່ພຣະອົງຊົງສ້າງ

11. ພຣະອົງອັລລໍຫ໌ຜູ້ຊົງສູງສົງ ພຣະອົງຄືຜູ້ຊົງກະລຸນາປານີ ຜູ້ຊົງເມດຕາ ຕໍ່ບ່າວຂອງພຣະອົງ ດ້ວຍການສົ່ງສາດສະດາມາ ແລະປະທານຄຳພີລົງມາ

12. ອັລລໍຫ໌ຄືພຣະຜູ້ເປັນເຈົ້າ ຜູ້ຊົງເມດຕາ ແລະພຣະອົງຜູ້ດຽວທີ່ຈະພິພາກສາສິ່ງມີຊີວິດຕ່າງໆໃນວັນກິຍາມະຫ໌ (ວັນແຫ່ງການຟື້ນຄືນຊີບ) ເມື່ອພຣະອົງຊົງປຸກພວກເຂົາທັງໝົດຂຶ້ນຈາກຫລຸມຝັງສົບ ດັ່ງນັ້ນພຣະອົງຈະຊົງໃຫ້ຕອບແທນແຕ່ລະຄົນສໍາລັບສິ່ງທີ່ເຂົາໄດ້ເຮັດ ບໍ່ວ່າຈະດີຫຼືຊົ່ວ

13. ພຣະອົງອັລລໍຫ໌ຜູ້ຊົງສູງສົງ ຊົງສ້າງທ່ານອາດຳຈາກຂີ້ຝຸ່ນດິນ ແລະ ເຮັດໃຫ້ເຊື້ອສາຍຂອງເຂົານັບມື້ນັບເພີ່ມຂຶ້ນຫຼັງຈາກເຂົາ ເພາະວ່າທຸກຄົນມີຄວາມສະເໝີພາບກັນໂດຍກຳເນີດ ແລະ ບໍ່ມີເພດໜຶ່ງເໜືອໄປກວ່າເພດໃດເພດຫນຶ່ງ ຫລື ກຸ່ມຊົນໃດຫນຶ່ງດີໄປກວ່າກຸ່ມຊົນອື່ນ ຍົກເວັ້ນໂດຍຄວາມສັດທາຍຳເກງທີ່ມີໃນຕົວຂອງເຂົາເອງ

14. ເດັກນ້ອຍທຸກຄົນເກິດມາໂດຍສັນສາດຕະຍານ

15. ບໍ່ມີມະນຸດຄົນໃດເກິດມາມີບາບຫຼືໄດ້ຮັບບາບຈາກຄົນອື່ນ

16. ຈຸດປະສົງທີ່ສ້າງມະນຸດຂຶ້ນມານັ້ນ ຄືການເຄົາລົບພັກດີຕໍ່ພຣະອົງອັລລໍຫ໌ອົງດຽວ

17. ອິດສະລາມໃຫ້ກຽດແກ່ຜູ້ຊາຍແລະແມ່ຍິງ ແລະຮັບປະກັນສິດຂອງລາວຢ່າງເຕັມທີ່ ແລະກຳໜົດໃຫ້ລາວຕ້ອງຮັບຜິດຊອບຕໍ່ທຸກການກະທໍາທີ່ຕົວເອງເລືອກ ແລະ ການງານຂອງລາວທັ້ງໝົດ ແລະ ລາວຕ້ອງຮັບຜິດຊອບຕໍ່ການກະທໍາໃດໆທີ່ເປັນອັນຕະລາຍຕໍ່ຕົນເອງຫຼືເປັນອັນຕະລາຍຕໍ່ຜູ້ອື່ນ

18. ເຮັດໃຫ້ມີເພດຊາຍ ແລະ ເພດຍິງ ມີຄວາມສະເໝີພາບຕ່າງຄົນຕ່າງມີຫນ້າທີ່ຄວາມຮັບຜິດຊອບ ມີບົດລົງໂທດ ແລະ ມີລາງວັນການຕອບແທນໃຫ້

19. ອິດສະລາມໃຫ້ກຽດແມ່ຍິງ ຖືວ່າແມ່ຍິງເປັນສ່ວນໜຶ່ງຂອງຜູ້ຊາຍ ແລະຜູ້ຊາຍມີພັນທະທີ່ຈະໃຊ້ຈ່າຍໃຫ້ນາງຖ້າລາວສາມາດ ດັ່ງນັ້ນການດູແລເບິ່ງລູກສາວເປັນໜ້າທີ່ຂອງພໍ່ ແລະແມ່ ອ້າຍນ້ອງຊາຍໃນຄອບຄົວຂອງນາງ ຖ້າຫາກນາງເປັນຜູ້ໃຫຍ່ແລະມີຄວາມສາມາດແລ້ວ ໜ້າທີ່ການດູແລພັນລະຍາກໍ່ຄືສາມີຂອງນາງ

20. ຄວາມຕາຍບໍ່ໄດ້ແມ່ນທຸກຢ່າງຈະຈົບລົງໄປ ແຕ່ເປັນການປ່ຽນຈາກບ່ອນພັກຢູ່ຊົ່ວຄ່າວແຫ່ງການກະທຳການງານຕ່າງໆ ໄປສູ່ສະຖານທີ່ແຫ່ງການຕອບແທນ ແລະຄວາມຕາຍກ່ຽວຂ້ອງກັບຮ່າງກາຍແລະຈິດວິນຍານ ແລະ ຄວາມຕາຍຂອງຈິດວິນຍານຄືການແຍກອອກຈາກຮ່າງກາຍຂອງເຮົາ ຫຼັງຈາກນັ້ນມັນຈະກັບຄືນມາສູ່ຮ່າງກາຍຂອງມັນໃນວັນແຫ່ງການຟື້ນຄືນຊີບ ແລະຈິດວິນຍານຫຼັງຄວາມຕາຍບໍ່ໄດ້ໂອນໄປສູ່ຮ່າງກາຍອື່ນໃດ ແລະບໍ່ໄດ້ແຜ່ພັນໃນຮ່າງກາຍອື່ນ

21. ອິດສະລາມຮຽກຮ້ອງໃຫ້ມີຄວາມເຊື່ອໃນພື້ນຖານອັນຍິ່ງໃຫຍ່ຂອງຄວາມເຊື່ອສັດທາ ເຊິ່ງໄດ້ແກ່ ຄວາມເຊື່ອໃນພຣະເຈົ້າແລະເທວະທູດຂອງພຣະອົງ ຄວາມເຊື່ອໃນຫນັງສືອັນສູງສົ່ງເຊັ່ນ: ອັດ-ເຕົາຣອດ ອັລ-ອິນຈີລ (ກ່ອນທີ່ມັນຈະຖືກບິດເບືອນ) ແລະ ອັລ-ກຸຣອານ ຄວາມເຊື່ອໃນ ບັນດານະບີແລະຜູ້ປະກາດສານທັງຫມົດ (ຄວາມສະຫງົບສຸກຈົ່ງເກີດຂື້ນກັບພວກເຂົາ) ແລະເຊື່ອໃນນະບີຄົນສຸດທ້າຍ ເຊິ່ງແມ່ນ ທ່ານນະບີມຸຮຳຫມັດ ຣໍສູລຂອງອັລລໍຫ໌ເປັນນະບີສຸດທ້າຍຂອງບັນດາສາດສະດາແລະຜູ້ປະກາດສານ ແລະຄວາມເຊື່ອໃນວັນສຸດທ້າຍ(ກີຍາມະຫ໌) ແລະ ພວກເຮົາຮູ້ວ່າຖ້າຫາກຊີວິດໃນໂລກນີ້ເຖິ່ງວັນອະວາສານ ຊີວິດແລະການມີຢູ່ຈະເປັນສິ່ງໄຮ້ຄ່າບໍ່ປະໂຫຍດໂດຍສິ່ນເຊິງ ແລະຄວາມເຊື່ອໃນສະພາວະໂຊກຊະຕາ ຄວາມດີຄວາມຊົ່ວ

22. ແລະບັນດາສາດທັ້ງຫຼາຍເປັບຜູ້ບໍ່ມີບາບ ຂໍຄວາມສັນຕິສຸກຈົ່ງມີກັບເຂົາເຈົ້າ ສິ່ງທີ່ພວກເຂົາຖ່າຍທອດໃຫ້ຊາບກ່ຽວກັບພຣະເຈົ້າ ແລະພວກເຂົາເຈົ້າແມ່ນຜູ້ບໍ່ມີບາບ ສໍາລັບທຸກສິ່ງທຸກຢ່າງທີ່ຂັດກັບຈິດໃຈຫຼືຖືກປະຕິເສດໂດຍສິນທໍາອັນດີ ແລະບັນດາສາດສະດາໄດ້ຖືກມອບຫມາຍໃຫ້ເຜີຍແຜ່ຄໍາສັ່ງໃຊ້ຂອງອັລລໍຫ໌ໃຫ້ກັບບ່າວຂອງພຣະອົງ ແລະບັນດາສາດສະດາບໍ່ໄດ້ມີຄຸນນະສົມບັດຄວາມເປັນພຣະເຈົ້າ ຫຼືເປັນລູກຂອງພຣະເຈົ້່າ ແຕ່ພວກເຂົາເປັນມະນຸດ ຄືກັບມະນຸດຄົນອື່ນໆ ເຊິ່ງອັລລໍຫ໌ອົງຜູ້ຊົງສູງສົງໄດ້ເປີດເຜີຍໃຫ້ແກ່ພວກເຂົາ

23. ແລະອິດສະລາມຮຽກຮ້ອງການກາບໄຫວ້ຕໍ່ພຣະເຈົ້າພຽງອົງດຽວເທົ່ານັ້ນ ດ້ວຍຫຼັກການຂອງການເຄົາລົບກາບໄຫວ້ທີ່ສຳຄັນຄື: ການລະຫມາດ ໄດ້ແກ່ ການຢືນ, ການຄຸເຂົ່າ, ການຂາບໄຫວ້ສຸຈູດ, ການລະນຶກເຖິງພຣະເຈົ້າ, ການສັນລະເສີນພຣະອົງ ແລະການວິງວອນ ບຸກຄົນຜູ້ໜຶ່ງອະທິຖານຫ້າຄັ້ງທຸກມື້ ຈະບໍ່ມີຄວາມແຕກຕ່າງລະຫວ່າງຄົນຮັ່ງມີກັບຄົນທຸກຍາກ ຜູ້ບັງຄັບບັນຊາ ກັບຜູ້ໃຕ້ບັງຄັບບັນຊາ ທຸກຄົນລ້ວນຢືນຢູ່ໃນແຖວດຽວໃນລະຫວ່າງການລະຫມາດ ແລະຊະກາດ ເຊິ່ງເປັນເງິນຈໍານວນນ້ອຍ "ຕາມເງື່ອນໄຂແລະຈໍານວນທີ່ພຣະເຈົ້າໄດ້ກໍານົດ" ເປັນຂໍ້ບັງຄັບໃນຄວາມຮັ່ງມີຂອງຄົນລວຍ ແລະໃຫ້ຈ່າຍຊະກາດແກ່ຄົນທຸກຍາກແລະຄົນອື່ນໆ, ປີລະເທື່ອ ແລະຖືສິນອົດ ຄື: ການງົດເວັ້ນການຖືສິນອົດເຂົ້າອາຫານໃນຕອນກາງວັນໃນເດືອນຣໍມາດອນມັນເປັນບໍາລຸງຂັດເກົາຈິດໃຈແລະເຝິກຄວາມອົດທົນ ແລະການສະແຫວງບຸນ(ຮັດຈ໌) ເຊິ່ງກໍ່ຄື: ການໄປເຮືອນຂອງອັລລໍຫ໌ໃນ ນະຄອນມັກກະຫ໌ ອັລ-ມຸກັຣເຣາະມະຫ໌ ຄັ້ງຫນຶ່ງໃນຊີວິດສໍາລັບຜູ້ມີຄວາມສາມາດ ໃນການທຳຮັຈ ສະແຫວງບຸນຄັ້ງນີ້ທຸກຄົນມີຄວາມເທົ່າທຽມກັນທຸກຄົນຕ່າງພາກັນຫັນຫນ້າໄປສູ່ພຣະອົງຜູ້ຊົງສ້າງ ມະຫາບໍລິສຸດແດພຣະອົງ ແລະເຮັດໃຫ້ຄວາມແຕກຕ່າງແລະຄວາມພູກພັນຫາຍໄປ

24. ຫນຶ່ງໃນສິ່ງທີ່ຍິ່ງໃຫຍ່ທີ່ສຸດທີ່ແຍກແຍະການເຄົາລົບບູຊາໃນອິດສະລາມຄື ຮູບແບບການກະທຳ ເວລາ ແລະເງື່ອນໄຂຕ່າງໆ ຖືກກຳໜົດບັນຫຍັດໂດຍພຣະອົງອັລລໍຫ໌ຜູ້ຊົງສູງສົ່ງ ແລະຊົງເປິດເຜີຍໃຫ້ກັບສາດສະດາຂອງພຣະອົງ (ຂໍ ຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ມະນຸດບໍ່ໄດ້ເຂົ້າໄປແຊກແຊງສິ່ງເຫຼົ່ານັ້ນ ເພີ່ມ ຫຼື ຂາດຫາຍໄປ ຈົນຮອດທຸກມືນີ້ ແລະສາດສະດາທັງຫມົດ ໄດ້ຮຽກຮ້ອງໃຫ້ປະຕິບັດເຄົາລົບນະມັດສະການທີ່ຍິ່ງໃຫຍ່ທັ້ງຫມົດນີ້ ຂໍຄວາມສັນຕິສຸກຈົ່ງມີກັບເຂົາເຈົ້າ

25. ຣໍສູູລ ຂອງອິສລາມ ຄື ມຸຮຳຫມັດ ບິນ ອັບດູລລໍຫ໌ ຈາກລູກຫລານຂອງ ອິດສະມາອີລ ບີນ ອິບຣໍຮີມ ສັນຕິຈົ່ງມີກັບເຂົາເຈົ້າ ເກີດຢູ່ໃນມັກກະຫ໌ ໃນປີ 571 ຄິດສະກະລາດ, ແລະເປັນບ່ອນທີ່ພາລະກິດຂອງລາວໃນຖານະເປັນສາດສະດາໄດ້ເລີ່ມຕົ້ນ ແລະໄດ້ອົບພະຍົບໄປເມືອງມາດີນະຫ໌ ແລະ ລາວບໍ່ເຄີຍມີສ່ວນຮ່ວມໃນການກະທຳໃດໆທີ່ນັບຖືພຣະເຈົ້າຫຼາຍໆອົງຮ່ວມກັບຜູ້ຄົນຂອງລາວ ເຖິງແມ່ນວ່າຈະເຂົ້າຮ່ວມກັບພວກເຂົາໃນການກະທຳອັນສູງສົ່ງເທົ່ານັ້ນ ລາວມີນິໄສທີ່ຊື່ສັດ ກ່ອນທີ່ລາວຈະຖືກມອບໝາຍໃຫ້ປະຕິບັດພາລະກິດ, ເຊິ່ງເຮັດໃຫ້ລາວໄດ້ຮັບຕໍາແໜ່ງທີ່ນ່າເຊື່ອຖືໄດ້ ອັລລໍຫ໌ໄດ້ມອບຫມາຍໃຫ້ລາວປະຕິບັດພາລະກິດເມື່ອ ອາຍຸສີ່ສິບປີ ແລະສະຫນັບສະຫນູນລາວດ້ວຍປາຕິຫານທີ່ຍິ່ງໃຫຍ່ທີ່ສຸດຄືຄຳພີອັລກຸຣອານ ທີ່ຖືເປັນເຄື່ອງຫມາຍທີສູງສົ່ງທີ່ສຸດຂອງສາດສະດາ ແລະສັນຍານດຽວທີ່ຍັງເຫຼືອຢູ່ຈົນເຖິງມື້ນີ້, ອັລລໍຫ໌ໄດ້ສົ່ງທ່ານມາເພື່ອການຊີ້ນໍາທາງ ແລະ ສາດສະຫນາແຫ່ງຄວາມຈິງ ເພື່ອນຳຜູ້ຄົນອອກຈາກຄວາມມືດຈາກສິ່ງປະຕິເສດສັດທາ ແລະຈາກຄວາມໂງ່ຈ້າສູ່ແສງສະຫວ່າງ ຫຼັກເຕົາຮີດ(ຫຼັກເອກະພາບ) ແລະເປັນຜູ້ສັດທາ, ອັລລໍຫ໌ຊົງເປັນພະຍານວ່າພຣະອົງໄດ້ສົ່ງເຂົາໄປ ເພື່ອເຊື້ອເຊີນຜູ້ຄົນໄປສູ່ອັລລໍຫ໌ ໂດຍການອະນຸຍາດພຣະປະສົງຂອງພຣະອົງອັລລໍຫ໌

26. ຫຼັກຊາຣິອະຫ໌ ຂໍລະບຽບຂອງອິດສະລາມທີ່ທ່ານນະບີມຸຮຳຫມັດ ໄດ້ນໍາ (ຂໍ ຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ຄື ສຸດທ້າຍຂອງສານແລະຂໍລະບຽບກົດຫມາຍອັນສັກສິດ ເປັນ ຊາຣິອະຫ໌ ແຫ່ງຄວາມສົມບູນແບບແລະການປະຕິຮູບສາສະຫນາຂອງປະຊາຊົນແລະກິດຈະການທາງໂລກ ສິ່ງທີ່ສຳຄັນອັນດັບທຳອິດແມ່ນການປົກປ້ອງສາດສະຫນາ, ຊີວິດ, ສົມບັດສັບສິນ, ຈິດໃຈ, ແລະລູກຫລານຂອງຜູ້ຄົນ ມັນຍົກເລີກກົດໝາຍທີ່ຜ່ານມາທັງໝົດ ເຊັ່ນດຽວກັບສານ ທີ່ໄດ້ຖືກປະທານເຊິ່ງກ່ອນໜ້າກໍ່ຍົກເລີກທັງໝົດ

27. ອັລລໍຫ໌ຜູ້ຊົງອຳນາດ ບໍ່ຍອມຮັບສາສະຫນາອື່ນໃດນອກຈາກສາສະໜາອິດສະລາມທີ່ສາດສະນະທູດມຸຮຳຫມັດໄດ້ນຳມາ (ຂໍ ຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ແລະຜູ້ໃດທີ່ນັບຖືສາສະຫນາອື່ນນອກຈາກອິດສະລາມ ສາດສະນານັ້ນກໍ່ຈະບໍ່ຖືກຍອມຮັບຈາກພຣະອົງອັລລໍຫ໌

28. ຄຳພີອັລກຸຣອານ ເປັນຄຳພີທີ່ອັລລໍຫ໌ຊົງເປີດເຜີຍແກ່ສາສະທູດມຸຮຳຫມັດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ເປັນຄໍາເວົ້າຂອງອັລລໍຫ໌ ພຣະຜູ້ເປັນເຈົ້າແຫ່ງສາກົນລະໂລກ ພຣະອົງອັລລໍຫ໌ໄດ້ທ້າທາຍກັບມັນທັງມະນຸດແລະຈິນ ເພື່ອສ້າງສິ່ງທີ່ຄ້າຍຄື ຫຼືແມ້ກະທັ້ງບົດໜຶ່ງຂອງມັນໃຫ້ຄືກັບອັລກຸຣອານຂອງພຣະອົງ ຊຶ່ງເປັນສິ່ງທ້າທາຍທີ່ຍັງຄົງຄ້າງຈົນເຖິງທຸກມື້ນີ້ ຄຳພີອັລກຸຣອານ ຕອບຄໍາຖາມທີ່ສໍາຄັນຫຼາຍໆຄຳຖາມ ທີ່ເຮັດໃຫ້ຜູ້ຄົນຫຼາຍລ້ານຄົນຫາຍສັບສົນ ຄຳພີອັລກຸຣອານ ຖືກຮັກສາໄວ້ໃນພາສາອາຫລັບໃນຮູບແບບດຽວກັນທີ່ມັນຖືກເປີດເຜີຍຄັ້ງທໍາອິດ ບໍ່ມີຕົວອັກສອນໃດໆຖືກຕັດອອກຈາກມັນ ແລະມັນຖືກພິມອອກ ແລະເຜີຍແຜ່ ມັນເປັນຫນັງສືທີ່ຍິ່ງໃຫຍ່ແລະນ່າມະຫັດສະຈັນ ຄວນຄ່າທີ່ຈະອ່ານ ຫຼືອ່ານຄວາມຫມາຍຂອງມັນ ໃນທຳນອງດຽວກັນກັບຊຸນນະຫ໌ຂອງທ່ານນະບີ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ຕະລອດຈົນຄໍາສອນແລະຊີວະປະຫວັດຂອງລາວຍັງຖືກຮັກສາໄວ້ ແລະລາຍງານຕົວບົດຫຼັກຖານຜ່ານສາຍງານຜູ້ບັນທຶກທີ່ຖືກຕ້ອງເຊື່ອຖືໄດ້ ນອກຈາກນີ້ມັນຍັງຖືກພິມອອກເປັນພາສາອາຣັບສິ່ງທີ່ຣໍສູລຂອງອັລລໍຫ໌ ໄດ້ເວົ້າ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ແລະແປເປັນພາສາອີກຫຼາຍໆພາສາທົ່ວໂລກ ທັງຄຳພີອັລກຸຣອານແລະຊຸນນະຫ໌ຂອງທ່ານນະບີ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ປະກອບຂຶ່ນເປັນແຫຼ່ງທີ່ມາດຽວຂອງກົດເກນການປົກຄອງແລະກົດໝາຍນິຕິກໍາຂອງອິດສະລາມ, ອິດສະລາມບໍ່ສາມາດນຳເອົາການປະຕິບັດມາຈາກການປະພຶດຂອງບັນດາສາວົກຫຼືໃຜຜູ້ໜຶ່ງ ແຕ່ເອົາແນວທາງປະຕິບັດຈາກໂອການວະຫ໌ຍູຂອງອັລລໍຫ໌ ນັ້ນຄືອັລກຸຣອານທີ່ຍິ່ງໃຫຍ່ ແລະຊຸນນະຫ໌ຂອງທ່ານນະບີ

29. ອິດສະລາມຮຽກຮ້ອງໃຫ້ເຮັດຄວາມດີຕໍ່ພໍ່ແມ່, ເຖິງແມ່ນວ່າພວກເຂົາບໍ່ແມ່ນຊາວມຸດສະລິມ, ແລະເມດຕາຕໍ່ເດັກນ້ອຍ

30. ອິດສະລາມສັ່ງໃຊ້ໃຫ້ມິຄວາມຍຸດຕິທຳໃນຄຳເວົ້າແລະການກະທຳ ເຖິງແມ່ນວ່າຈະເປັນສັດຕູກໍ່ຕາມ

31. ອິດສະລາມສັ່ງໃຊ້ໃຫ້ມີຄວາມເມດຕາກະລຸນາ ຕໍ່ສິ່ງຖືກສ້າງທັ້ງໝົດ ແລະ ຮຽກຮ້ອງໃຫ້ມີສິນລະທໍາທີ່ສູງສົ່ງ ແລະ ການກະທໍາທີ່ດີ

32. ສາສະໜາອິດສະລາມ ໄດ້ກຳໜົດໃຫ້ມີສິນລະທຳອັນສົມຄວນແກ່ການຢົກຍ່ອງເຊັ່ນ: ຄວາມສັດຊື່ ການປະຕິບັດຕາມຄວາມໄວ້ເນື້ອເຊື່ອໃຈ ຄວາມບໍລິສຸດທາງພົມມະຈັນ ຄວາມສຸພາບອ່ອນໂຍນ ຄວາມກ້າຫານ ຄວາມເອື້ອເຟື້ອເພື່ອແຜ່ ຄວາມເອື້ອອາທອນ ຊ່ວຍເຫຼືອຄົນຂັດສົນ ບັນເທົາທຸກແກ່ຄົນຂັດສົນ ລ້ຽງອາຫານແກ່ຜູ້ອຶດຫິວ ເປັນເພື່ອນບ້ານທີ່ດີ ຮັກສາສາຍສຳພັນທາງຍາດຕິພີ່ນ້ອງມີຄວາມເມດຕາສົງສານຕໍ່ສັດ

33. ອິດສະລາມອະນຸຍາດໃຫ້ມີອາຫານແລະເຄື່ອງດື່ມດີທີ່ ແລະ ເນັ່ນໜັກໃຫ້ຮັກສາຄວາມບໍລິສຸດຂອງຫົວໃຈຮ່າງກາຍ ແລະທີ່ຢູ່ອະໄສ ດັ່ງນັ້ນ ອິດສະລາມຈຶ່ງອະນຸຍາດໃຫ້ແຕ່ງງານເຊັ່ນດຽວກັບບັນດາສາດສະດາ ຄວາມສະຫງົບສຸກຈົ່ງເກີດຂຶ້ນກັບພວກທ່ານ ກຳຊັບໃຫ້ເຮັດສິ່ງດີທັງຫມົດ

34. ອິດສະລາມຫ້າມການເຮັດບາບໃຫຍ່ ເຊັ່ນ ການນັນຖືພຣະເຈົ້າຫລາຍອົງ, ການປະຕິເສດສັດທາ, ການກາບໄຫວ້ບູຊາຮູບປັ້ນ,ການອ້າງເຖິ່ງອັລລໍຫ໌ໂດຍປາດສະຈາກຄວາມຮູ້, ການຂ້າເດັກນ້ອຍຫຼືວິນຍານທີ່ລ່ວງລະເມີດບໍ່ໄດ້, ການກໍ່ຄວາມເສຍຫາຍເທິງຫນ້າແຜ່ນດິນ, ການລິ້ນເວດມົນ, ການອະນາຈານທັ້ງປາກົດຊັດເເຈ້ງຫຼືເຊື່ອງບໍ່ໃຫ້ຄົນເຫັນ, ການຫລິ້ນຊູ້ຜິດປະເວນີ, ການກິນດອກເບ່ຍ, ການກິນສັດທີ່ຕາຍແລ້ວຫຼື ກິນສັດທີ່ຂ້າເພື່ອການບູຊາ ຫຼືສິ່ງອື່ນໃດນອກຈາກອັລລໍຫ໌ ຍິ່ງໄປກວ່ານັ້ນ ອັລລໍຫ໌ຫ້າມບໍ່ໃຫ້ກິນຊີ້ນຫມູ, ສິ່ງສົກກະປົກທັງຫມົດ, ການກິນຊັບສິນຂອງເດັກກໍາພ້າ, ການຫລອກລວງໃນການວັດແທກແລະຊັ່ງນ້ໍາຫນັກ, ແລະຕັດສາຍສຳພັນກັບພີ່ນ້ອງ ສາດສະດາທັງຫມົດ (ຂໍຄວາມສັນຕິພາບຈົ່ງມີແດ່ພວກເຂົາ) ຕົກລົງຢ່າງເປັນເອກະສັນກັນໃນການຫ້າມຂໍ້ຫ້າມຂ້າງຕົ້ນ

35. ອິດສະລາມຫ້າມສິນລະທຳທີ່ນ່າລັງກຽດ ເຊັ່ນ: ການຕົວະ ການໂກງ ການທໍລະຍົດຫັກຫຼັງ ການຫຼອກລວງ ຄວາມອິດສາ ເລ່ລ່ຽມທີ່ບໍ່ດີ ການລັກລອບຂະໂມຍ ການລ່ວງລະເມີດ ແລະຄວາມບໍ່ຍຸດຕິທຳ ແລະຫ້າມການປະພຶດຊົ່ວຮ້າຍທັງໝົດ

36. ອິດສະລາມຫ້າມການເຮັດທຸລະກໍາທາງດ້ານການເງິນທີ່ກ່ຽວຂ້ອງກັບດອກເບຍ ຄວາມອັນຕະລາຍເສຍຫາຍ ການຫລອກລວງ ຄວາມບໍ່ຍຸຕິທໍາຫຼືການສໍ້ໂກງ ຫຼືທີ່ນໍາໄປສູ່ຄວາມຫາຍນະແລະຄວາມເສຍຫາຍທົ່ວໄປຕໍ່ສັງຄົມ ປະຊາຊົນແລະສວນບຸກຄົນ

37. ອິດສະລາມມີຄຳສອນໃຫ້ຮັກສາເຫດຜົນ ແລະຫ້າມສິ່ງທີ່ທຳລາຍມັນເຊັ່ນ: ການດື່ມສິ່ງມຶນເມົາ, ອິດສະລາມຍົກສະຖານະຂອງເຫດຜົນດັ່ງກ່າວໃນລັກສະນະທີ່ເປັນກະດູກສັນຫຼັງຂອງຄວາມສາມາດທາງດ້ານກົດຫມາຍ ມັນປົດປ່ອຍເຫດຜົນຈາກພັນທະນາການ ແຫ່ງຕຳນານ ແລະ ການບູຊາ ອິດສະລາມບໍ່ມີຄວາມລັບຫຼືກົດເກນໃດທີ່ຈຳກັດສະເພາະບາງຊົນຊັ້ນ ແຕ່ກົດເກນລະບຽບແລະກົດຫມາຍທັງຫມົດນັ້ນສອດຄ່ອງກັບເຫດຜົນທີ່ດີແລະປະຕິບັດຕາມຄວາມຍຸດຕິທໍາແລະປັນຍາ

38. ຖ້າພວກສາວົກຂອງສາສະໜາປອມ ບໍ່ຍອມຮັບຄວາມຂັດແຍ້ງແລະປະເດັນບັນຫາທີ່ບໍ່ສົມເຫດສົມຜົນໃນນັ້ນ ນັກບວດໄດ້ໂນ້ມນ້າວພວກເຂົາສຳເລັດ ໂດຍການເຊື່ອໝັ້ນວ່າສາດສະໜາຢູ່ເໜືອເຫດຜົນ ເພາະຜູ້ຄົນຍຸກຫຼັງບໍ່ມີບົດບາດໃນການເຮັດຄວາມເຂົ້າໃຈສາດສະໜາ ໃນທາງກົງກັນຂ້າມ ອິດສະລາມຖືວ່າສາສະໜາ ເປັນແສງສະຫວ່າງທີ່ສະແດງໃຫ້ເຫັນເຫດຜົນໃນວິທີທາງຂອງມັນ ສາສະຫນາປອມປາດຖະຫນາໃຫ້ມະນຸດລະຖິ່ມເຫດຜົນເພື່ອທີ່ຈະເປັນຜູ້ຕິດຕາມທີ່ເຊື່ອຟັງຄຳເວົ້າຂອງພວກເຂົາ, ໃນຂະນະທີ່ອິດສະລາມສົ່ງເສີມເຫດຜົນເພື່ອໃຫ້ແຕ່ລະຄົນໄດ້ຮັບຮູ້ແລະຄິດຕະຫນັກເຖິ່ງທຳມະຊາດທີ່ແທ້ຈິງຂອງທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງລາວ

39. ອິດສະລາມເຊີດຊູວິທະຍາສາດທີ່ແທ້ຈິງ ຊຸກຍູ້ການຄົ້ນຄວ້າວິທະຍາສາດທີ່ບໍ່ແມ່ນຈາກກິເລດຕັນຫາ ແລະຮຽກຮ້ອງໃຫ້ເບິ່ງແລະຄິດໄຕຕ່ອງກ່ຽວກັບຕົວເຮົາເອງແລະຈັກກະວານທີ່ອ້ອມຮອບຕົວເຮົາ ແລະຜົນທີ່ໄດ້ຮັບທາງວິທະຍາສາດທີ່ຖືກຕ້ອງ ຂອງວິທະຍາສາດຈະຕ້ອງບໍ່ຂັດກັບອິດສະລາມ

40. ໃນໂລກຫນ້າ ອັລລໍຫ໌ຈະຊົງຕອບຮັບແລະຕອບແທນໃຫ້ລາງວັນການກະທໍາຂອງຜູ້ທີ່ເຊື່ອໃນພຣະອົງ, ເຊື່ອຟັງພຣະອົງ, ແລະເຊື່ອສັດທາໃນສາສະນະທູດຂອງພຣະອົງ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດພວກທ່ານ) ອັລລໍຫ໌ບໍ່ຊົງຍອມຮັບການເຄົາລົບພັກດີນອກຈາກສິ່ງທີ່ພຣະອົງຊົງບັນຫຍັດໄວ້ ດັ່ງນັ້ນ ເຮົາຈະຫວັງຜົນຕອບແທນຈາກອັລລໍຫ໌ ໃນຂະນະທີ່ເຮົາບໍ່ເຊື່ອໃນພຣະອົງໄດ້ແນວໃດ? ອັລລໍຫ໌ບໍ່ຍອມຮັບສັດທາຂອງຜູ້ໃດ ນອກຈາກຜູ້ທີ່ເຊື່ອໃນສາດສະດາທັງຫມົດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດພວກທ່ານ) ແລະສານຈາກທ່ານສາດສະດາມຸຮຳຫມັດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ)

41. ເປົ້າຫມາຍສູງສຸດຂອງຂໍ້ຄວາມຈາກສະຫວັນທັງຫມົດຄືເພື່ອຍົກລະດັບມະນຸດໄປສູ່ລະດັບເປັນຜູ້ຮັບໃຊ້ທີ່ຈິງໃຈຂອງອັລລໍຫ໌ ພຣະເຈົ້າຜູ້ເປັນເຈົ້າຂອງສາກົນລະໂລກ, ແລະເພື່ອປົດປ່ອຍເຂົາຈາກການເປັນທາດຂອງມະນຸດ, ວັດຖຸນິຍົມ, ຫຼື ເທບນິຍາຍ ດັ່ງທີ່ເຈົ້າສາມາດເຫັນໄດ້ທົ່ວໄປ, ອິດສະລາມບໍ່ໄດ້ຊໍາລະຜູ້ຄົນໃຫ້ບໍລິສຸດ ແລະບໍ່ໄດ້ຍົກພວກເຂົາເກີນກວ່າສະຖານະຂອງພວກເຂົາ ແລະບໍ່ຖືວ່າພວກເຂົາເປັນພຣະເຈົ້າ

42. ພຣະເຈົ້າໄດ້ບັນຍັດການກັບໃຈໃນອິດສະລາມເຊິ່ງກໍ່ຄື: ການກັບໃຈຂອງບຸກຄົນຕໍ່ພຣະຜູ້ເປັນເຈົ້າຂອງເຂົາ ແລະການປະຖິ້ມການເຮັດບາບ ແລະອິດສະລາມຈະລົບລ້າງບາບຈາກສິ່ງທີ່ເກິດກ່ອນຫນ້ານີ້ທັ້ງໝົດ ແລະການກັບໃຈຈະລົບລ້າງບາບທີ່ມີຢູ່ກ່ອນຫນ້າ ດັ່ງນັ້ນບໍ່ຈໍາເປັນຕ້ອງສາລະພາບບາບຂອງເຮົາຕໍ່ຫນ້າມະນຸດແຕ່ຢ່າງໃດ

43. ໃນອິດສະລາມ ຄວາມສໍາພັນລະຫວ່າງມະນຸດກັບພຣະເຈົ້ານ້້ນກົງໄປກົງມາ ແລະທ່ານບໍ່ຈໍາເປັນຕ້ອງມີໃຜມາເປັນຕົວກາງລະຫວ່າງທ່ານກັບພຣະເຈົ້າ ອິດສະລາມຫ້າມເຮົາສ້່າງໃຫ້ມະນຸດເປັນພຣະເຈົ້າຫຼືມີສ່ວນຮ່ວມໃນອຳນາດປົກຄອງໃນຄວາມເປັນເຈົ້ານາຍຫຼືເປັນພຣະເຈົ້າຂອງເຂົາ

44. ໂດຍສະຫຼຸບແລ້ວ ເຮົາຄວນຈື່ໄວ້ວ່າຜູ້ຄົນ ແລະ ສັງຄົມມະນຸດໂດຍທົ່ວໆໄປ ເມື່ອພິດຈາລະນາຈາກເວລາ ຄວາມຈົງຮັກພັກດີໃນປະເທດຊາດ ແລະ ມີຄວາມແຕກຕ່າງກັນໃນອຸດົມການ ເປົ້າຫມາຍ ສະພາບແວດລ້ອມແລະການກະທໍາ ດ້ວຍເຫດນີ້ ເຂົາເຈົ້າຕ້ອງການຜູ້ແນະນຳເພື່ອນຳພາເຂົາເຈົ້າ, ລະບົບທີ່ຈະເຕົ້າໂຮມພວກເຂົາ, ແລະ ຜູ້ປົກຂອງທີ່ຈະປົກປ້ອງເຂົາເຈົ້າ ບັນດາສາສະນະທູດຜູ້ທີ່ມີກຽດ (ຂໍໃຫ້ສັນຕິພາບແລະພອນຂອງ ຈາກອັລລໍຫ໌ຈົ່ງທີແດ່ພວກທ່ານ) ໄດ້ປະຕິບັດຫນ້າທີ່ເຫຼົ່ານີ້ໂດຍການເປີດເຜີຍຈາກອັລລໍຫ໌ ຜູ້ຊົງມະຫາບໍລິສຸດ ພວກເຂົາເຈົ້າໄດ້ຊີ້ນໍາພາຜູ້ຄົນໄປສູ່ເສັ້ນທາງແຫ່ງຄວາມດີ ແລະການຊີ້ນໍາຄືການຮວມກັນເປັນໜຶ່ງ ໃຫ້ເຂົາເຈົ້າຢູ່ເທິ່ງຫຼັກຊາຣີອະຫ໌ ຂອງ ອັລລໍຫ໌ ແລະຕັດສິນດ້ວຍຄວາມຈິງໃນບັນດາພວກເຂົາ ເງື່ອນໄຂຂອງຜູ້ຄົນຈະໄດ້ ຮັບການປ່ຽນແປງຂຶ່ນຢູ່ກັບຂອບເຂດຂອງການຕອບສະຫນອງຂອງເຂົາ ເຈົ້າ ຕໍ່ການຊີ້ນໍາຂອງບັນດາສາສະນະທູດເຫຼົ່ານັ້ນ ແລະ ຄວາມໃກ້ຄຽງຂອງເຂົາເຈົ້າກັບຍຸກຂອງຂໍ້ຄວາມອັນສູງສົ່ງ ອັລລໍຫ໌ຊົງປິດຜະນຶກຂໍ້ຄວາມເຫລົ່ານັ້ນດ້ວຍກັບຂໍ້ຄວາມຂອງ ມຸຮຳຫມັດ (ຂໍຄວາມສະຫງົບສຸກຈາກອັລລໍຫ໌ຈົ່ງທີແດທ່ານ) ແລະກຳຫນົດໄວ້ຊົ່ວນິລັນ ອັລລໍຫ໌ ໄດ້ຊົງເຮັດໃຫ້ມັນເປັນການຊີ້ນໍາທາງ, ຄວາມເມດຕາ, ແລະເປັນແສງສະຫວ່າງສໍາລັບຜູ້ຄົນ ເພື່ອທີ່ຈະນໍາພາເຂົາກັບໄປຫາພຣະອົງຜູ້ຊົງມະຫາບໍລິສຸດ

45 ເພາະສະນັ້ນ, ຂ້າພະເຈົ້າຂໍຮຽກຮ້ອງບັນດາທ່ານ, ມະນຸດທັ້ງຫຼາຍ, ທີ່ເຊື່ອໃນອັລລໍຫ໌ ຢ່າງແທ້ຈິງໂດຍບໍ່ມີອິດທິພົນຂອງຈາລີດປະເພນີ, ທ່ານຕ້ອງຮູ້ວ່າມື້ຫນຶ້ງທ່ານຈະຕ້ອງກັບຄືນໄປຫາພຣະຜູ້ເປັນເຈົ້າຂອງທ່ານ ຫຼັງຈາກການຕາຍຂອງທ່ານ, ທ່ານຄວນໄຕ່ຕອງພິຈາລະນາກ່ຽວກັບຕົວທ່ານເອງ ແລະກ່ຽວກັບສິ້ງທີ່ຢູ່ອ້ອມຂ້າງຕົວທ່ານ, ຍອມຮັບຕໍ່ອິດສະລາມແລ້ວທ່ານຈະມີຄວາມສຸກໃນຊີວິດໂລກນີ້ແລະໂລກຫນ້າ ຖ້າຫາກວ່າທ່ານປາຖະຫນາທີ່ຈະເຂົ້າຮັບອິດສະລາມ ສິ້ງທີ່ທ່ານຕ້ອງເຮັດແມ່ນພຽງເປັນພະຍານວ່າບໍ່ມີພຣະເຈົ້າອື່ນໃດທີ່ຄວນຄ່າແກ່ການເຄົາລົບກາບໄຫວ້ນອກຈາກອັລລໍຫ໌ ແລະມຸຮຳຫມັດ ເປັນ ສາສະນະທູດຂອງອັລລໍຫ໌, ທ່ານຕ້ອງແຍກຕົວເອງອອກຈາກສິ່ງທີ່ນະມັດສະການອື່ນນອກຈາກອັລລໍຫ໌ ແລະເຈົ້າຕ້ອງເຊື່ອວ່າອັລລໍຫ໌ ເປັນຜູ້ທີ່ຈະຟື້ນຄືນຊີວິດຜູ້ທີ່ຢູ່ໃນຫລຸມຝັງສົບ, ນອກຈາກນັ້ນ ທ່ານຕ້ອງເຊື່ອວ່າການຄິດຄຳນວນແລະການຕອບແທນເປັນຄວາມຈິງ ເມື່ອທ່ານເວົ້າປະຈັກພະຍານນີ້້ແລ້ວ ທ່ານກາຍເປັນຊາວມຸດສະລິມແລ້ວ ຂັ້ນຕອນຕໍ່ໄປແມ່ນການເຄົາລົບພັກດີຕໍ່ອັລລໍຫ໌ ໃນລັກສະນະທີ່ພຣະອົງໄດ້ຊົງກໍານົດ ໂດຍການນະມາຊສະການ ລະຫມາດ, ການຈ່າຍຊະກາດ, ການຖືສິນອົດ, ແລະການປະຕິບັດຮັຈ ຫາກວ່າທ່ານມີຄວາມສາມາດທາງດ້ານການເງິນແລະທາງຮ່າງກາຍ

ສຳເນົາລົງວັນທີ 19-11-1441

ຂຽນໂດຍສາດາຈານ ດຣ. ມຸຮຳຫມັດ ບິນ ອັບດຸລລໍຫ໌ ອັສສະຮີມ

ອາຈານສອນອາກີດະຫ໌ ປະຈຳພາກວິຊາອິດສະລາມສຶກສາ (ເມື່ອກ່ອນ)

ຄະນະສຶກສາສາດ, ມະຫາວິທະຍາໄລຄິງສະອູດ

ເມືອງຫຼວງຣີຍາດ, ຣາຊອານາຈັກ ອາຣັບ ຊາອຸດີ

ອັລ-ອິສລາມ

ຂໍ້ຄວາມສັ້ນໆກ່ຽວກັບອິດສະລາມທີ່ໄດ້ກ່າວໄວ້ໃນ ພຣະຄຳພີອັລກຸຣອານ ແລະ ຊູນນະຫ໌ ຂອງທ່ານສາດສະດາ