×
ການງານທີ່ປະເສີດແລະດີທີ່ສຸດ ຄື ການຮຽກຮ້ອງເຊີນຊວນສູ່ສາສະຫນາຂອງພຣະເຈົ້າ ໃຫ້ມະນຸດທັ້ງຫລາຍຮູ້ຈັກພຣະອົງ ນີ້ຄືວຽກຂອງບັນດາສາດສະດາທູດທັ້ງຫລາຍຕັ້ງແຕ່ສາສະດາທູດ ອາດຳຈົນຮອດສາດສະດາທູດມຸຮັມມັດ ເພາະຫນ້າທີ່ຫລັກຂອງສາດສະດາທູດທຸກຄົນ ຄື ແມ່ນການຮຽກຮ້ອງສູ່ແນວທາງຂອງພຣະເຈົ້າ